ພິທີເຊັນສັນຍາຮ່ວມມືທຸລະກິດລະຫວ່າງ ບໍລິສັດ ທະວີຊັບ ວິສະວະກຳພະລັງງານ ແລະ ທີ່ປຶກສາ ຈໍາກັດ ແລະ ບໍລິສັດ ESG Partners

Nov 11, 2023

ພິທີເຊັນສັນຍາຮ່ວມມືທຸລະກິດລະຫວ່າງ ບໍລິສັດ ທະວີຊັບ ວິສະວະກຳພະລັງງານ ແລະ ທີ່ປືກສາຈໍາກັດ ແລະ ບໍລິສັດ ESG Partners

ໃນຄັ້ງວັນທີ 1 ທັນວາ 2022 ຢູ່ທີ່ໂຮງແຮມ ຄລາວພຣາຊາ ໄດ້ມີການຈັດງານ Korea-Lao Green Growth Partnership 2022. ຫນຶ່ງໃນວາລະຂອງງານ ແມ່ນໄດ້ມີການຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງຕາງຫນ້າຂອງ ສປປ ລາວ ແມ່ນ ບໍລິສັດ ທະວີຊັບ ວິສະວະກຳ ພະລັງງານ ແລະ ທີ່ປຶກສາ ຈໍາກັດ ແລະ ຕາງຫນ້າ ຂອງ ສ ເກົາຫລີ ແມ່ນ ບໍລິສັດ ESG Partners ເພື່ອຄົ້ນຄວ້າຮ່ວມກັນໃນການສົ່ງເສີມ ແລະ ພັດທະນາຂະແຫນງພະລັງງານສະອາດທີ່ບົ່ມຊ້ອນໃນ ສປປ ລາວ ໃຫ້ເກີດຜົນປະໂຫຍດອັນສູງສຸດ. ໂດຍໄລຍະເວລາຂອງບົດບັນທຶກຄວາມເຂົ້າໃຈກຳນົດເວລາ 2ປີ