ຄວາມເປັນມາ

ຄວາມເປັນມາ

ບໍລິສັດ ທະວີຊັບ ວິສະວະກໍາພະລັງງານ ແລະ ທີ່ປຶກສາ ຈໍາກັດ “ທະວີຊັບ ພະລັງງານ” ສ້າງຕັ້ງຂຶ້ນໃນວັນທີ 7 ເມສາ 2022 ດ້ວຍທຶນຈັດທະບຽນ 16 ຕື້ກີບ, ໃຫ້ບໍລິການໃນການສະຫນອງ, ພັດທະນາ ແລະ ກໍ່ສ້າງໂຄງການພະລັງງານທົດແທນພາຍໃນ ສປປ ລາວ

ວິໄສທັດ

1. ເປັນບໍລິສັດນຳຫນ້າໃນການຕິດຕັ້ງໂຊລ່າພາຍໃນ ສປປ ລາວ

2. ເປັນບໍລິສັດນຳຫນ້າໃນການສະຫນອງແຜງໂຊລ່າ ແລະ ອຸປະກອນໂຊລ່າທີ່ໄດ້ມາດຕະຖານສາກົນ ພາຍໃນ ສປປ ລາວ

3. ເປັນບໍລິສັດນໍາຫນ້າໃນການໃຫ້ບໍລິການຄຸ້ມຄອງ ແລະ ບຳລຸງຮັກສາໂຄງການໂຊລ່າຟາມໃນ ສປປ ລາວ

ພາລະກິດ

1.ສ້າງແຜນການຕະຫລາດເຂົ້າເຖິງກຸ່ມລູກຄ້າລາຍໃຫຍ່

2.ປະສານສົມທົບກັບສະຖາບັນການເງິນເພື່ອສ້າງເງື່ອນໄຂໃຫ້ແກ່ລູກຄ້າ

3.ສະຫນອງອຸປະກອນທີ່ໄດ້ມາດຕະຖານສາກົນ

4.ຕັ້ງຫນ້າຍົກສູງຄວາມຮູ້ຄວາມສາມາດຂອງພະນັກງານໃຫ້ຕອບສະຫນອງແກ່ຄວາມຕ້ອງການໃນການໃຫ້ບໍລິການຄຸ້ມຄອງ ແລະ ບຳລຸງຮັກສາໂຄງການໂຊລ່າ