ທີ່ປຶກສາທຸລະກິດພະລັງງານ
ໃຫ້ຄຳປຶກສາໃຫ້ແກ່ນັກລົງທຶນທີ່ມີຄວາມສົນໃຈລົງທຶນໃນຂະແຫນງພະລັງງານພາຍໃນ ສປປລາວ ບໍ່ວ່າຈະເປັນໂຄງການເຂື່ອນໄຟຟ້າພະລັງງານນໍ້າ, ແສງຕາເວັນ, ລົມ ແລະ ພະລັງງານອື່ນໆ ໂດຍຈະຊ່ວຍແນະນຳຂັ້ນຕອນໃນການລົງທຶນ, ຊ່ວຍປະສານງານກັບພາກສ່ວນທີ່ກ່ຽວຂ້ອງ, ນຳສະເຫນີຂໍ້ກຳນົດ ແລະ ກົດລະບຽບທີ່ກ່ຽວຂ້ອງ. ຊ່ວຍໃນການປະກອບເອກະສານຕ່າງໆທີ່ກ່ຽວກັບການລົງທຶນເຊັ່ນ: ດຳເນີນການເປີດບໍລິສັດ, ການເຊັນ MOU ກັບພາກລັດຖະບານ, ສັນຍາພັດທະນາໂຄງການ, ສັນຍາຊື້ຂາຍໄຟ ແລະ ສັນຍາສຳປະທານໂຄງການ.



