ຕິດຕັ້ງໂຊລ່າເທິງຫັລງຄາ ຢູ່ປໍ້າ ປຕທ ໂພນຕ້ອງ ຂະຫນາດ 10kW

ສະຫນອງ ແລະ ຕິດຕັ້ງໂຊລ່າ Rooftop ຢູ່ປໍ້າ ປຕທ ໂພນຕ້ອງ ຂະຫນາດ 10kW ເພື່ອປະຢັດຄ່າໄຟ.

ບໍລິສັດ ທະວີຊັບ ວິສະວະກຳພະລັງງານ ແລະ ທີ່ປຶກສາ ຈໍາກັດ ໄດ້ຮັບສະຫນອງ ແລະ ຕິດຕັ້ງໂຊລ່າ Rooftop ຂະຫນາດ 10kW ໃຫ້ ບໍລິສັດ ປຕທ ລາວ ຈໍາກັດ ໂດຍສະຖານທີ່ຕິດຕັ້ງແມ່ນຢູ່ ປໍ້ານໍ້າມັນ ປຕທ ສາຂາ ໂພນຕ້ອງ. ໂດຍຈຸດປະສົງແມ່ນເພື່ອສະຫນອງໄຟໃຫ້ແກ່ ຮ້ານກາເຟອາເມຊອນ ທີ່ຊົມໃຊ້ພະລັງງານໄຟຟ້າໃນຕອນກາງເວັນເປັນຫລັກ ຊຶ່ງສອດຄ່ອງກັບພະລັງງານທີ່ສາມາດຜະລິດໄດ້ຈາກໂຊລ່າກໍ່ຄືຕອນກາງເວັນ. ເຮັດໃຫ້ສາມາດຕອບໂຈດຕໍ່ການປະຢັດຕົ້ນທຶນຂອງການດຳເນີນທຸລະກິດໃຫ້ຫລຸດລົງ ກໍຄືການຫລຸດຄ່າໄຟໃນແຕ່ລະເດືອນ. ໄລຍະເວລາໃນການດຳເນີນການສະຫນອງອຸປະກອນ ແລະ ຕິດຕັ້ງທັງຫມົດແມ່ນໃຊ້ເວລາພຽງແຕ່ 5 ວັນ ໂດຍເລີ່ມຈາກວັນທີ 20-24/12/2023

Skills

Posted on

February 3, 2024