ບໍລິການໃນການຂຽນບົດວິພາກເສດຖະກິດ-ເຕັກນິກຂອງໂຄງການ
ໃຫ້ບໍລິການໃນການຂຽນບົດວິພາກເສດຖະກິດ-ເຕັກນິກຂອງໂຄງການໂດຍສະເພາະແມ່ນໂຄງການພະລັງງານເຊັ່ນ: ເຂື່ອນໄຟຟ້ານໍ້າຕົກຂະຫນາດນ້ອຍຫາກາງ, ໂຄງການພະລັງງານແສງຕາເວັນ, ໂຄງການພະລັງງານຊີວະມວນ ແລະ ພະລັງງານທົດແທນອື່ນໆ. ຊຶ່ງສາມາດປະເມີນຄວາມເປັນໄປໄດ້ທາງດ້ານເຕັກນິກ ແລະ ພາກເສດຖະກິດຂອງໂຄງການ ຈົນສາມາດດຳເນີນການຜ່ານພາກສ່ວນຂອງລັດເພື່ອອອກໃບຮັບຮອງໃຫ້ໄດ້. ນອກຈາກໂຄງການພະລັງງານແລ້ວພວກເຮົາຍັງສາມາດຂຽນກ່ຽວກັບໂຄງການປະເພດອື່ນໆ ເຊັ່ນໂຄງການຂຸດຄົ້ນເຫມືອງບິດຄອຍ, ການສ້າງແບບຈຳລອງທາງດ້ານການເງິນຂອງທຸລະກິດຕ່າງໆເພື່ອຍື່ນສະເຫນີຂໍກູ້ເງິນຈາກທະນາຄານ
Feasibility Study 15 MWp Solar Farm (Nam Ngiep 2C HPP) December 2021
ໃນເດືອນ ທັນວາ 2021 ບໍລິສັດ ທະວີຊັບ ວິສະວະກຳພະລັງງານ ແລະ ທີ່ປຶກສາ ຈຳກັດ ໄດ້ໃຫ້ບໍລິການໃນການຂຽນບົດສຶກສາຄວາມເປັນໄປໄດ້ທາງດ້ານເຕັກນິກ ແລະ ເສດຖະກິດຂອງໂຄງການພັດທະນາ Solar Farm ຂະຫນາດກຳລັງຕິດຕັ້ງ 15MW ເພື່ອຂາຍໄຟເຂົ້າລະບົບລັດວິສະຫະກິດ ໄຟຟ້າລາວ ຮ່ວມກັບເຂື່ອນໄຟຟ້ານໍ້າງຽບ 2C. ທີ່ຕັ້ງຂອງໂຄງການແມ່ນຢູ່ແຂວງຊຽງຂວາງ. ໂດຍບົດສຶກສາດັ່ງກ່າວໄດ້ຮັບໃບຮັບຮອງຈາກ ສະຖາບັນສົ່ງເສີມພະລັງງານ ທົດແທນ, ກະຊວງພະລັງງານ ແລະ ບໍ່ແຮ່

In December 2021, Thavysub Energy Engineering and Consulting Co., Ltd. provided services in conducting technical and economic feasibility studies for the Solar Farm development project with an installed capacity 15MW to sell electricity into Electricity du lao together with the Nam Neng 2C power plant. The location of the project is in Xiengkhuang province. The study received a certificate from the Renewable Energy Promotion Institute, Ministry of Energy and Mines
