ບໍລິການໃນການຂຽນບົດວິພາກເສດຖະກິດ-ເຕັກນິກຂອງໂຄງການ
ໃຫ້ບໍລິການໃນການຂຽນບົດວິພາກເສດຖະກິດ-ເຕັກນິກຂອງໂຄງການໂດຍສະເພາະແມ່ນໂຄງການພະລັງງານເຊັ່ນ: ເຂື່ອນໄຟຟ້ານໍ້າຕົກຂະຫນາດນ້ອຍຫາກາງ, ໂຄງການພະລັງງານແສງຕາເວັນ, ໂຄງການພະລັງງານຊີວະມວນ ແລະ ພະລັງງານທົດແທນອື່ນໆ. ຊຶ່ງສາມາດປະເມີນຄວາມເປັນໄປໄດ້ທາງດ້ານເຕັກນິກ ແລະ ພາກເສດຖະກິດຂອງໂຄງການ ຈົນສາມາດດຳເນີນການຜ່ານພາກສ່ວນຂອງລັດເພື່ອອອກໃບຮັບຮອງໃຫ້ໄດ້. ນອກຈາກໂຄງການພະລັງງານແລ້ວພວກເຮົາຍັງສາມາດຂຽນກ່ຽວກັບໂຄງການປະເພດອື່ນໆ ເຊັ່ນໂຄງການຂຸດຄົ້ນເຫມືອງບິດຄອຍ, ການສ້າງແບບຈຳລອງທາງດ້ານການເງິນຂອງທຸລະກິດຕ່າງໆເພື່ອຍື່ນສະເຫນີຂໍກູ້ເງິນຈາກທະນາຄານ
Feasibility Study Solar PV Project in Ban PhoneKeo (5 MW), Thoulakhom District, Vientiane Province, Lao PDR
ບໍລິສັດ ທະວີຊັບ ວິສະວະກຳພະລັງງານ ແລະ ທີ່ປຶກສາ ຈຳກັດ ໄດ້ໃຫ້ບໍລິການໃນການຂຽນບົດສຶກສາຄວາມເປັນໄປໄດ້ທາງດ້ານເຕັກນິກ ແລະ ເສດຖະກິດຂອງໂຄງການພະລັງງານແສງຕາເວັນຂະຫນາດກຳລັງຕິດຕັ້ງ 5MW ໂດຍມີທີ່ຕັ້ງຂອງໂຄງການຢູ່ບ້ານໂພນແກ້ວ, ເມືອງທຸລະຄົມ, ແຂວງວຽງຈັນ, ສປປລາວ ໃຫ້ກັບ ບໍລິສັດ Irradiance Solar
Thavysub Energy Engineering and Consulting Co., Ltd has provided services in conducting a technical and economic feasibility study of a 5MW solar power project with the location of the project in Phonkeo Village, Buchakham District, Vientiane Province, Lao PDR for Irradiance Solar Company.
