ງານສັບປະດາດິຈິຕອນລາວປະຈຳປີ 2024

Jan 30, 2024

ງານສັບປະດາດິຈິຕອນລາວປະຈໍາປີ 2024 ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດຫລັກ 5 ລະຫວ່າງວັນທີ 10-14 ມັງກອນ 2024

ໃນຄັ້ງວັນທີ 10-14 ມັງກອນ 2024 ບໍລິສັດ ທະວີຊັບ ວິສະວະກຳ ພະລັງງານ ແລະ ທີ່ປຶກສາ ຈໍາກັດ ໄດ້ຮ່ວມເປີດບູດໃນງານດັ່ງກ່າວ ໂດຍໄດ້ນຳເອົາອຸປະກອນໂຊລ່າ ແລະ ບໍລິການດີໆ ໄປນຳສະເຫນີໃນງານ ໂດຍສະເພາະແມ່ນການໃຫ້ບໍລິການໃນການຕິດຕັ້ງໂຊລ່າ Rooftop ເພື່ອປະຢັດຄ່າໄຟ ຊຶ່ງໃນງານດັ່ງກ່າວ ບໍລິສັດ ທະວີຊັບ ໄດ້ຖືເປັນກຽດຂຶ້ນນຳສະເຫນີ ໃນຫົວຂໍ້ ການປະຢັດຕົ້ນທຶນທາງດ້ານທຸລະກິດດ້ວຍການນໍາໃຊ້ພະລັງງານແສງຕາເວັນ ເພື່ອເປັນການສ້າງຄວາມເຂົ້າໃຈໃຫ້ແກ່ແຂກທີ່ໄດ້ເຂົ້າຮ່ວມໃນງານວ່າພະລັງງານຈາກແສງຕາເວັນຈະສາມາດຊ່ວຍປະຢັດຕົ້ນທຶນໃນການດຳເນີນທຸລະກິດໄດ້ແນວໃດ ພິເສດໄປກວ່ານັ້ນ ທາງ ຕົວແທນຈາກ Solis Thailand (ຕົວແທນຈຳຫນ່າຍ String inverter ທີ່ມີຍອດຂາຍ 1 ໃນ 3 ຂອງໂລກ) ກໍ່ໄດ້ສົ່ງຊ່ຽວຊານສະເພາະດ້ານເຂົ້າຮ່ວມນຳສະເຫນີ. Solis Thailand ເປັນຄູ່ຮ່ວມຍຸດທະສາດໃນການດຳເນີນທຸລະກິດຂອງ ບໍລິສັດ ທະວີຊັບ ທີ່ສຳຄັນ