ເວທີສົນທະນາການປ່ຽນສູ່ພະລັງງານສະອາດ ແລະ ສະພາບອາກາດ ທີ່ເມືອງ ເມວເບິນ ປະເທດອົດສະຕາລີ

Mar 11, 2024

ໃນວັນທີ່ 04/03/2024 ທີ່ຜ່ານມາ, ຕາມການເຊື້ອເຊີນຂອງ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ, ຕາງໜ້າ ບໍລິສັດ ທະວີຊັບ ວິສະວະກຳພະລັງງານ ແລະ ທີ່ປືກສາ ຈຳກັດ, ທ່ານ ປໍແດງ ພິລາກອນ ໃນນາມຜູ້ຮ່ວມກໍ່ຕັ້ງບໍລິສັດ ໄດ້ເຂົ້າຮ່ວມງານ Climate and Clean Energy Transition Forum and Reception, ASEAN-Australia Special Summit, ທີ່ເມືອງ ເມວເບີນ ປະເທດ ອົດສະຕາລີ.
ໃນງານດັ່ງກ່າວໄດ້ມີໂອກາດໄດ້ພົບປະກັບ ຕາງໜ້າຈາກພາກລັດຖະບານ ແລະ ຫົວໜ່ວຍທຸລະກິດ ຈາກບັນດາປະເທດ ອາຊຽນ ທີ່ມາຈາກຂະແໜງພະລັງງານ. ເຊິ່ງເປັນໂອກາດດີໃນການສ້າງສາຍສຳພັນພ້ອມທັງ ແລກປ່ຽນບົດຮຽນກັບບັນດາປະເທດທີ່ເຂົ້າຮ່ວມ, ເພື່ອຫັນປ່ຽນໄປສູ່ການນຳໃຊ້ພະລັງງານສະອາດ ແລະ ຍືນຍົງໃຫ້ຫລາຍຂຶ້ນ ເພື່ອແນ່ໃສ່ໃຫ້ສາມາດໄປເຖິງເປົ້າໝາຍ Net-Zero ແລະ Carbon Neutrality.
ບໍລິສັດ ທະວີຊັບ ກໍເປັນບໍລິສັດຂອງຄົນລາວ ທີ່ສົ່ງເສີມການນຳໃຊ້ພະລັງງານສະອາດໃນ ສປປ ລາວ ໂດຍສະເພາະພະລັງງານຈາກແສງອາທິດ. ເຊິ່ງບໍລິສັດໄດ້ມີຜົນງານທີ່ເປັນທີ່ຍອມຮັບທັງພາຍໃນ ແລະ ຕ່າງປະເທດ, ມີຜົນງານທີ່ສຳເລັດໃນການກໍ່ສ້າງໂຊລາຟາມ ແລະ ໂຊລາເທິງອາຄານຫລາຍຈຸດ. ໄດ້ມີຄູ່ຮ່ວມຍຸດທະສາດ ຈາກບັນດາປະເທດອ້ອມຂ້າງ ເຊັ່ນ ສປ ຈີນ, ໄທ ແລະ ເກົາຫຼີ ອີກດ້ວຍ.