ໂຄງການກໍ່ສ້າງໂຮງງານຜະລິດພະລັງງານໄຟຟ້າແສງຕາເວັນ 2MW

ໂຄງການກໍ່ສ້າງໂຮງງານຜະລິດພະລັງງານໄຟຟ້າແສງຕາເວັນ 2MW

ບໍລິສັດ ທະວີຊັບ ວິສະວະກຳ ພະລັງງານ ແລະ ທີ່ປຶກສາ ຈໍາກັດ ໄດ້ເປັນຜູ້ຮັບເໝົາໃນການກໍ່ສ້າງໂຄງການພະລັງງານແສງຕາເວັນຂະຫນາດກຳລັງຕິດຕັ້ງ 2MW ຢູ່ບ້ານ ແສນສຳລານ ເມືອງ ປາກກະດິງ ແຂວງ ບໍລິຄຳໄຊ. ເລີ່ມລົງມືກໍ່ສ້າງໃນເດືອນ 3/2023 ເປັນຕົ້ນມາ ແລະ ມີແຜນດຳເນີນການຜະລິດຢ່າງເປັນທາງການໃນທ້າຍປີ 2023. ໂຄງການພະລັງງານແສງຕາເວັນແສນສຳລານ ເປັນໂຄງການທຳອິດໃນ ສປປ ລາວ ທີ່ນຳໃຊ້ແຜງ 2ຫນ້າ (Bi-facial) ຍີ້ຫໍ້ Trina 655W ແລະ ນຳໃຊ້ Inverter ຍີ່ຫໍ້ Solis 255kW. ມູນຄ່າໃນການກໍ່ສ້າງໂຄງການທັງຫມົດແມ່ນ 1.400.000 ໂດລາ ສຫລ. ສາມາດຜະລິດພະລັງງານໄຟຟ້າສະເລ່ຍ 3.600.000 kWh ຕໍ່ປີ.

Skills

Posted on

February 3, 2024