ສະຫນອງແລະຕິດຕັ້ງໂຊລ່າເທິງຫລັງຄາ 30kW ຕຶກຫ້ອງການ ບໍລິສັດ ຢູນິເທັກ

ສະຫນອງ ແລະ ຕິດຕັ້ງໂຊລ່າ ເທິງຫລັງຄາ ຢູ່ສຳນັກງານຫ້ອງການ ບໍລິສັດ ຢູນິເທັກ ຂະຫນາດ 30kW ເພື່ອປະຢັດຄ່າໄຟ.

ບໍລິສັດ ທະວີຊັບ ວິສະວະກຳພະລັງງານ ແລະ ທີ່ປຶກສາ ຈໍາກັດ ໄດ້ຮັບສະຫນອງ ແລະ ຕິດຕັ້ງໂຊລ່າ ເທິງຫລັງຄາ ຂະຫນາດ 30kW ໃຫ້ ບໍລິສັດ ຢູນິເທັກ ໂດຍສະຖານທີ່ຕິດຕັ້ງແມ່ນຢູ່ ບ້ານພະຂາວ ເມືອງໄຊທານີ ແຂວງ ນະຄອນຫລວງວຽງຈັນ. ໂດຍຈຸດປະສົງແມ່ນເພື່ອສະຫນອງໄຟໃຫ້ແກ່ ສຳນັກງານຫ້ອງການຂອງບໍລິສັດ ທີ່ຊົມໃຊ້ພະລັງງານໄຟຟ້າໃນຕອນກາງເວັນເປັນຫລັກ ຊຶ່ງສອດຄ່ອງກັບພະລັງງານທີ່ສາມາດຜະລິດໄດ້ຈາກໂຊລ່າກໍ່ຄືຕອນກາງເວັນ. ເຮັດໃຫ້ສາມາດຕອບໂຈດຕໍ່ການປະຢັດຕົ້ນທຶນຂອງການດຳເນີນທຸລະກິດໃຫ້ຫລຸດລົງ ກໍຄືການຫລຸດຄ່າໄຟໃນແຕ່ລະເດືອນ. ສາມາດປະຢັດຄ່າໄຟປະມານ 6 ລ້ານກີບຕໍ່ເດືອນ

Skills

Posted on

February 3, 2024