ງານຂຶ້ນຫ້ອງການໃຫມ່ຂອງ ບໍລິສັດ ທະວີຊັບ ວິສະວະກຳ ພະລັງງານ ແລະ ທີ່ປຶກສາ ຈໍາກັດ
ໃນຄັ້ງວັນທີ 28 ສິງຫາ 2023 ບໍລິສັດ ທະວີຊັບ ວິສະວະກຳພະລັງງານ ແລະ ທີ່ປຶກສາ ໄດ້ຈັດພິທີສູດປະລິມົງຄຸນ ແລະ ຈັດງານຂຶ້ນຫ້ອງການໃຫມ່ ຊຶ່ງຕັ້ງຢູ່ ບ້ານ ສະພານທອງໃຕ້ ເມືອງ ສີສັດຕະນາກ ແຂວງ ນະຄອນຫລວງວຽງຈັນ. ໄດ້ມີແຂກຈາກຫລາຍຂະແຫນງການໄດ້ມາຮ່ວມງານດັ່ງກ່າວ ພ້ອມພຽງຮຽງຫນ້າກັບອ້າຍນ້ອງພະນັກງານທຸກທົ່ວຫນ້າຂອງບໍລິສັດ.


