ພິທີເຊັນສັນຍາຮ່ວມລົງທຶນພັດທະນາໂຄງການພະລັງງານແສງຕາເວັນແສນສຳລານ
ໃນຄັ້ງວັນທີ 24 ກຸມພາ 2023 ໄດ້ມີການຈັດພິທີເຊັນສັນຍາຮ່ວມລົງທຶນພັດທະນາໂຄງການພະລັງງານແສງຕາເວັນແສນສຳລານ 2MW ລະຫວ່າງ ບໍລິສັດ ນະວະດີ ພະລັງງານ ສະອາດ ຈໍາກັດ ແລະ ບໍລິສັດ VS ວິສະວະກຳ ຈໍາກັດຜູ້ດຽວ. ໂຄງການພະລັງງານແສງຕາເວັນແສນສຳລານ ຕັ້ງຢູ່ ບ້ານ ແສນສຳລານ ເມືອງ ປາກກະດິງ ແຂວງ ບໍລິຄຳໄຊ ມີຂະຫນາດ ກຳລັງຕິດຕັ້ງ 2MW ສາມາດ ຜະລິດ ພະລັງງາານໄຟຟ້າເພື່ອສະຫນອງໃຫ້ເມືອງປາກຊັນສະເລ່ຍຕໍ່ປີ 3.600.000kWh. ເຈົ້າຂອງໂຄງການແມ່ນ ບໍລິສັດ ນະວະດີ ພະລັງງານ ສະອາດ ຈໍາກັດ ໂດຍໄດ້ເຊັນສັນຍາຊື້ຂາຍພະລັງງານໄຟຟ້າ ກັບ ລັດວິສາຫະກິດ ໄຟຟ້າລາວ ເປັນໄລຍະເວລາ 25ປີ ດ້ວຍລາຄາໄຟຟ້າແບບສະເລ່ຍດຸນດ່ຽງ 5,52 US cent/kWh. ບໍລິສັດ VS ວິສະວະກຳ ຈໍາກັດ ຜູ້ດຽວ ເປັນຜູ້ລົງທຶນໃນການພັດທະນາ ແລະ ກໍ່ສ້າງໂຄງການ ຈົນສາມາດຜະລິດໄຟຟ້າຂາຍເຂົ້າລະບົບຂອງ ລັດວິສາຫະກິດໄຟຟ້າລາວ ສຳເລັດຈຶ່ງຈະໄດ້ຮັບເງິນແທນຄືນຈາກເຈົ້າຂອງໂຄງການ (ເປັນການລົງທຶນກ່ອນ) ໃນນັ້ນ, ບໍລິສັດ ທະວີຊັບ ວິສະວະກຳພະລັງງານ ແລະ ທີ່ປຶກສາ ຈໍາກັດ ໄດ້ຖືກຄັດເລືອກໃຫ້ເປັນ ບໍລິສັດ ຮັບເຫມົາກໍ່ສ້າງໂຄງການທັງຫມົດ. ກຳນົດການຜະລິດພະລັງງານໄຟຟ້າຢ່າງເປັນທາງການ (SCOD) ພາຍໃນປີ 2023.


